ການຄວບຄຸມຂອງພໍ່ແມ່

1,3
337 ພັນ ຄຳຕິຊົມ
50 ລ້ານ+
ດາວໂຫຼດ
ປະເພດເນື້ອຫາ
ເໝາະ​ສົມ​ສຳ​ລັບ 3+
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ
ຮູບໜ້າຈໍ

ກ່ຽວກັບແອັບນີ້

ການຄວບຄຸມຂອງພໍ່ແມ່ໃນ Family Link ແມ່ນແອັບຊ່ວຍເຫຼືອຂອງ Family Link ສຳລັບພໍ່ແມ່. ກະລຸນາດາວໂຫຼດແອັບນີ້ລົງອຸປະກອນທີ່ນຳໃຊ້ໂດຍເດັກນ້ອຍ ຫຼື ໄວຮຸ່ນເທົ່ານັ້ນ.

ລອງໃຊ້ແອັບການຄວບຄຸມຂອງພໍ່ແມ່ Family Link ຈາກ Google. ບໍ່ວ່າລູກຂອງທ່ານຈະແມ່ນເດັກນ້ອຍ ຫຼື ຍັງເປັນໄວໜຸ່ມຢູ່, ແອັບ Family Link ເຮັດໃຫ້ທ່ານສາມາດຕັ້ງກົດການເຂົ້າເບິ່ງຂໍ້ມູນດິຈິຕອນຈາກທາງໄກໂດຍຜ່ານອຸປະກອນຂອງທ່ານເພື່ອຊ່ວຍແນະນຳເຂົາເຈົ້າໃນເວລາທີ່ເຂົາເຈົ້າຮຽນ, ຫຼິ້ນ ແລະ ສຳຫຼວດອອນລາຍໄດ້. ສຳລັບເດັກນ້ອຍອາຍຸຕ່ຳເກົ່າ 13 ປີ (ຫຼື ເກນອາຍຸບັນລຸນິຕິພາວະຂອງປະເທດຂອງທ່ານ), Family Link ຍັງຊ່ວຍໃຫ້ທ່ານສ້າງບັນຊີ Google ສຳລັບລູກຂອງທ່ານທີ່ຄືກັບບັນຊີຂອງທ່ານທີ່ສາມາດເຂົ້າເຖິງບໍລິການ Google ໄດ້ເກືອບທັງໝົດ


ດ້ວຍແອັບການຄວບຄຸມຂອງພໍ່ແມ່ Family Link , ທ່ານຈະສາມາດ:

ແນະນຳເຂົາເຈົ້າໄປຫາເນື້ອຫາທີ່ເໝາະສົມ

• ເບິ່ງການເຄື່ອນໄຫວການໃຊ້ແອັບຂອງເຂົາເຈົ້າ, ເພາະການໃຊ້ເວລາຢູ່ກັບໜ້າຈໍຂອງແຕ່ລະຄົນບໍ່ຄືກັນ. ຊ່ວຍລູກຂອງທ່ານຕັດສິນໃຈໃຫ້ຖືກຕ້ອງວ່າເຂົາເຈົ້າຄວນເຮັດຫຍັງຢູ່ອຸປະກອນ Android ຂອງເຂົາເຈົ້າ, ດ້ວຍການລາຍງານການເຄື່ອນໄຫວທີ່ສະແດງວ່າເຂົາເຈົ້າໃຊ້ເວລາຢູ່ກັບແອັບທີ່ເຂົາເຈົ້າມັກຫຼາຍປານໃດ. ທ່ານສາມາດເບິ່ງລາຍງານລາຍວັນ, ລາຍອາທິດ ຫຼື ລາຍເດືອນໄດ້.
• ຈັດການແອັບຂອງເຂົາເຈົ້າ - ການແຈ້ງເຕືອນທີ່ສະດວກຈະເຮັດໃຫ້ທ່ານສາມາດອະນຸມັດ ຫຼື ບລັອກແອັບທີ່ລູກຂອງທ່ານຕ້ອງການດາວໂຫຼດຈາກ Google Play Store ໄດ້. ນອກຈາກນັ້ນ, ທ່ານຍັງສາມາດຈັດການການຊື້ຜ່ານແອັບ ແລະ ເຊື່ອງແອັບທີ່ຕ້ອງການໃນອຸປະກອນຂອງເຂົາເຈົ້າໄດ້, ທຸກຢ່າງນີ້ສາມາດເຮັດໄດ້ຈາກທາງໄກຜ່ານອຸປະກອນຂອງທ່ານເອງ.
• ຊ່ວຍເຂົາເຈົ້າຮຽນຮູ້ - ມັນອາດເປັນເລື່ອງຍາກທີ່ຈະຊອກຫາແອັບທີ່ເໝາະຕໍ່ລູກຂອງທ່ານ, ດັ່ງນັ້ນ Family Link ຈຶ່ງສະແດງແອັບທີ່ອາຈານສ່ວນໃຫຍ່ແນະນຳໃນ Android ທີ່ທ່ານສາມາດເພີ່ມໂດຍກົງໃສ່ອຸປະກອນຂອງເຂົາເຈົ້າໄດ້.


ຕິດຕາມເວລາການນຳໃຊ້

• ຕັ້ງຂີດຈຳກັດ - ມັນຂຶ້ນກັບທ່ານເອງວ່າລູກຂອງທ່ານຄວນໃຊ້ເວລາຢູ່ກັບໜ້າຈໍດົນປານໃດ. Family Link ຊ່ວຍໃຫ້ທ່ານສາມາດຕັ້ງກຳນົດເວລາ ແລະ ເວລານອນໃຫ້ອຸປະກອນຂອງລູກຂອງທ່ານໄດ້, ເພື່ອໃຫ້ທ່ານຊ່ວຍໃຫ້ເຂົາເຈົ້າໃຊ້ເວລາໃຫ້ຖືກຕ້ອງ.
• ລັອກອຸປະກອນຂອງເຂົາເຈົ້າ - ບໍ່ວ່າຈະຍ້ອນມັນຮອດເວລາອອກໄປຫຼິ້ນນອກ, ໄປກິນເຂົ້າ ຫຼື ຮອດເວລາເຮັດກິດຈະກຳຮ່ວມກັນ, ທ່ານກໍສາມາດລັອກອຸປະກອນທີ່ທ່ານເບິ່ງແຍງຈາກທາງໄກໄດ້ເມື່ອຮອດເວລາຕ້ອງຢຸດພັກ.


ເບິ່ງວ່າເຂົາເຈົ້າຢູ່ໃສ

• ມັນມີປະໂຫຍດຫຼາຍໃນການຊອກຫາລູກຂອງທ່ານໃນເວລາເດີນທາງ. ທ່ານສາມາດໃຊ້ Family Link ເພື່ອຊ່ວຍຊອກຫາເຂົາເຈົ້າໄດ້ຕາບໃດທີ່ເຂົາເຈົ້າຖືອຸປະກອນ Android ຂອງເຂົາເຈົ້າຢູ່.


ຂໍ້ມູນສຳຄັນ

• ເຄື່ອງມືຂອງ Family Link ຈະແຕກຕ່າງໄປເຊິ່ງຂຶ້ນກັບອຸປະກອນຂອງລູກຂອງທ່ານ. ເບິ່ງລາຍຊື່ອຸປະກອນທີ່ສາມາດໃຊ້ໄດ້ຢູ່ families.google.com/familylink/setup
• ເຖິງວ່າ Family Link ຈະຊ່ວຍໃຫ້ທ່ານຈັດການການຊື້ ແລະ ການດາວໂຫຼດຈາກ Google Play ຂອງລູກຂອງທ່ານໄດ້, ແຕ່ເຂົາເຈົ້າບໍ່ຈຳເປັນຕ້ອງຂໍອະນຸຍາດໃນການອັບເດດແອັບ (ຮວມເຖິງອັບເດດທີ່ຂະຫຍາຍສິດການນຳໃຊ້ນຳ), ແອັບທີ່ທ່ານເຄີຍອະນຸຍາດ ຫຼື ແອັບທີ່ຖືກແບ່ງປັນໃນຫ້ອງສະໝຸດຄອບຄົວ. ພໍ່ແມ່ຄວນກວດສອບແອັບທີ່ລູກໆຕິດຕັ້ງ ແລະ ສິດຂອງແອັບໃນ Family Link ເປັນປະຈຳ.
• ທ່ານຄວນກວດເບິ່ງແອັບຢູ່ອຸປະກອນຂອງລູກຂອງທ່ານທີ່ທ່ານເບິ່ງແຍງຢ່າງລະອຽດ ແລະ ປິດການນຳໃຊ້ແອັບທີ່ທ່ານບໍ່ຕ້ອງການໃຫ້ເຂົາເຈົ້າໃຊ້. ກະລຸນາຮັບຊາບວ່າທ່ານອາດຈະບໍ່ສາມາດປິດການນຳໃຊ້ບາງແອັບທີ່ຕິດຕັ້ງມາພ້ອມກັບເຄື່ອງໄດ້.
• ເພື່ອຊອກຫາສະຖານທີ່ອຸປະກອນຂອງລູກຂອງທ່ານ, ມັນຕ້ອງຖືກເປີດຢູ່, ມີການເຄື່ອນໄຫວໃນບໍ່ດົນມານີ້ ແລະ ເຊື່ອມຕໍ່ກັບອິນເຕີເນັດ.
• ແອັບທີ່ອາຈານແນະນຳແມ່ນສາມາດໃຊ້ໄດ້ຢູ່ອຸປະກອນ Android ໃນສະຫະລັດສຳລັບພໍ່ແມ່ທີ່ມີລູກຢູ່ເກນອາຍຸໃດໜຶ່ງເທົ່ານັ້ນ.
• ເຖິງແມ່ນວ່າ Family Link ຈະອຳນວຍເຄື່ອງມືໃນການຈັດການປະສົບການອອນລາຍຂອງລູກຂອງທ່ານ, ແຕ່ມັນບໍ່ໄດ້ເຮັດໃຫ້ອິນເຕີເນັດນັ້ນປອດໄພໄດ້. ແຕ່ວ່າ, ມັນມີຈຸດປະສົງເພື່ອໃຫ້ພໍ່ແມ່ເປັນຄົນຕັດສິນໃຈວ່າລູກຂອງເຂົາເຈົ້າຄວນໃຊ້ອິນເຕີເນັດແນວໃດ ແລະ ສົ່ງເສີມໃຫ້ສົນທະນາກັນກ່ຽວກັບການໃຊ້ອິນເຕີເນັດ.
ອັບເດດແລ້ວເມື່ອ
22 ພ.ພ. 2025

ຄວາມປອດໄພຂອງຂໍ້ມູນ

ຄວາມປອດໄພເລີ່ມດ້ວຍການເຂົ້າໃຈວ່ານັກພັດທະນາເກັບກຳ ແລະ ແບ່ງປັນຂໍ້ມູນຂອງທ່ານແນວໃດ. ວິທີປະຕິບັດກ່ຽວກັບຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນອາດຈະແຕກຕ່າງກັນອີງຕາມການນຳໃຊ້, ພາກພື້ນ ແລະ ອາຍຸຂອງທ່ານ. ນັກພັດທະນາໃຫ້ຂໍ້ມູນນີ້ ແລະ ອາດຈະອັບເດດມັນເມື່ອເວລາຜ່ານໄປ.
ບໍ່ໄດ້ໄດ້ແບ່ງປັນຂໍ້ມູນກັບພາກສ່ວນທີສາມ
ສຶກສາເພີ່ມເຕີມ ກ່ຽວກັບວ່ານັກພັດທະນາປະກາດການແບ່ງປັນຂໍ້ມູນແນວໃດ
ແອັບນີ້ອາດຈະເກັບກຳປະເພດຂໍ້ມູນເຫຼົ່ານີ້
ຂໍ້ມູນສ່ວນຕົວ, ການເຄື່ອນໄຫວແອັບ ແລະ ອີກ 2 ລາຍການ
ລະບົບຈະເຂົ້າລະຫັດຂໍ້ມູນໃນຂະນະສົ່ງ
ທ່ານສາມາດຮ້ອງຂໍໃຫ້ລະບົບລຶບຂໍ້ມູນໄດ້

ການຈັດອັນດັບ ແລະ ຄຳຕິຊົມ

1,3
310 ພັນ ຄຳຕິຊົມ
Fousang Chang
23 ມັງກອນ 2022
ດິຫຼາຍ
5 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?
viphakhone Siharath
17 ມັງກອນ 2021
ແອບຫົວຄວາຍ
9 ຄົນພົບວ່າຄຳຕິຊົມນີ້ເປັນປະໂຫຍດ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ?

ມີຫຍັງໃໝ່

ປັບປຸງຄວາມສະຖຽນ ແລະ ແກ້ໄຂຂໍ້ຜິດພາດຫຼາຍຢ່າງ.